ໃນຕອນເຊົ້າຂອງວັນທີ 23 ມີນາ 2023 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກຳມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມປຶກສາຫາລືໜ້າວຽກຮີບດ່ວນ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ຜັນຂະຫຍາຍທິດຊີ້ນຳຂອງກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຊຶ່ງຈັດຂຶ້ນໃນວັນທີ 09 ກຸມພາ 2023 ໂດຍການເປັນປະທານ ຂອງ ທ່ານ ສອນໄຊ  ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງໃນນີ້, ກອງປະຊຸມໄດ້ຮັບຊາບລາຍງານຄວາມຄືບໜ້າໃນການກະກຽມດ້ານຕ່າງໆ ເຊັ່ນ: ການກໍານົດຄໍາຂວັນປະທານອາຊຽນ, ການອອກແບບໂລໂກປະທານ, ການສ້າງວີດີໂອສັ້ນສໍາລັບໄປຮັບປະທານອາຊຽນ, ບູລິມະສິດສໍາລັບການເປັນປະທານອາຊຽນ ສໍາລັບສາມເສົາຄໍ້າປະຊາຄົມອາຊຽນ (ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ), ການຂຶ້ນແຜນບັນຊີໂຮງແຮມ ແລະ ກຳນົດສະຖານທີ່ພັກໃຫ້ສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນ ຫຼື ນັກຂ່າວ, ການກະກຽມຄວາມພ້ອມສະຖານທີ່ຫ້ອງປະຊຸມ, ຄວາມພ້ອມພາຫະນະທີ່ຈະຮັບໃຊ້ປະມຸກລັດ/ຫົວໜ້າລັດຖະບານ, ລັດຖະມົນຕີ ຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສ, ລະບົບສື່ສານ ແລະ ອິນເຕີເນັດ, ພະນັກງານປະສານງານ (LO) ແລະ ພະນັກງານອາສາສະໝັກ (VO), ພະນັກງານໃກ້ສິດ, ແຜນງົບປະມານ, ວຽກງານການຊ່ວຍເຫຼືອ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ປະທານກອງປະຊຸມ ໄດ້ມອບໝາຍໃຫ້ບັນດາອະນຸກຳມະການກ່ຽວຂ້ອງໃຫ້ສືບຕໍ່ດຳເນີນການກະກຽມບັນດາວຽກທີ່ມີຄວາມຈຳເປັນຮີບດ່ວນ ໂດຍສະເພາະ ແມ່ນການກຳນົດຄຳຂັວນ, ໂລໂກ ແລະ ບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ການເກັບກຳບັນຊີບັນດາໂຮງແຮມສຳລັບຄະນະຜູ້ແທນທີ່ຈະມາພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ, ສະຖານທີ່ປະຊຸມ, ການກະກຽມຍານພາຫະນະ, ແລະ ອື່ນໆ ແລະ ລາຍງານຄວາມຄືບໜ້າໃຫ້ກອງປະຊຸມຄັ້ງຕໍ່ໄປຊາບ.