ວັນທີ 29 ມັງກອນ 2024, ຫຼວງພະບາງ, ສປປ ລາວ
- ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ພາຍໃຕ້ການເປັນປະທານ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 29 ມັງກອນ 2024 ທີ່ ຫຼວງພະບາງ, ສປປ ລາວ, ຊຶ່ງເປັນການເລີ່ມຕົ້ນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ລັດຖະມົນຕີຕ່າງປະເທດ ຕີມໍແລັດສະເຕ ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບຄັ້ງນີ້ ໃນນາມປະເທດສັງເກດການ.
- ພວກເຮົາ ໄດ້ປຶກສາຫາລືກັນຢ່າງເລິກເຊິ່ງ ກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາບູລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງວິທີທາງທີ່ເປັນຮູບປະທໍາ ແລະ ຍືນຍົງ ເພື່ດສືບຕໍ່ຮັດແໜ້ນປະຊາຄົມອາຊຽນ, ຄວາມເປັນເອກະພາບ, ຄວາມເປັນແກນກາງ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນທ່າມກາງສິ່ງທ້າທາຍຕ່າງໆໃນພາກພື້ນ ແລະ ສາກົນ. ພວກເຮົາ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການຮ່ວມມືກັບພາຍນອກຂອງອາຊຽນ ແລະ ສະພາບການພາກພື້ນ ແລະ ສາກົນ ໃນປັດຈຸບັນ ທີ່ມີຄວາມສົນໃຈຮ່ວມກັນ. ພວກເຮົາ ໄດ້ຢໍ້າຄືນບັນດາຫຼັກການທີ່ສຳຄັນຂອງອາຊຽນ, ແລະ ຢ້ຳຄືນຄວາມສຳຄັນຂອງຄຸນຄ່າ ແລະ ບັນທັດຖານຮ່ວມຂອງອາຊຽນ ທີ່ລະບຸໃນກົດບັດອາຊຽນ ແລະ ເອກະສານທີ່ສຳຄັນອື່ນໆ.
- ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນ ທີ່ຈະຍຶດໝັ້ນ ໃນການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືພາກພື້ນ ແລະ ເນັ້ນຢໍ້າຄວາມສຳຄັນຂອງການຍຶດຖື ບັນດາຫຼັກການສຳຄັນ, ຄຸນຄ່າ ແລະ ບັນທັດຖານຮ່ວມຂອງອາຊຽນທີ່ລະບຸໃນ ກົດບັດສະຫະປະຊາຊາດ, ກົດບັດອາຊຽນ, ຖະແຫຼງການວ່າດ້ວຍຂົງເຂດສັນຕິພາບ, ເສລີພາບ ແລະ ເປັນກາງ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້, ສົນທິສັນຍາ ວ່າດ້ວຍກົດໝາຍທະເລ ຂອງອົງການສະຫະປະຊາຊາດ ປີ 1982, ສົນທິສັນຍາວ່າດ້ວຍ ເຂດປອດອາວຸນິວເຄລຍ ຢູ່ອາຊີຕາເວັນອອກສຽງໃຕ້, ຖະແຫຼງການກອງປະຊຸມສຸດຍອດອາຊີຕາເວັນອອກ ປີ 2011 ວ່າດ້ວຍ ຫຼັກການຂອງການພົວພັນເພື່ອຜົນປະໂຫຍດຮ່ວມກັນ ແລະ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ..
- ພວກເຮົາ ໄດ້ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ໃນພາກພື້ນ ກໍຄືການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ລວມທັງການເຄົາລົບຂະບວນການທາງກົດໝາຍ ແລະ ການທູດຢ່າງເຕັມສ່ວນ, ຫຼີກລ່ຽງການຂົ່ມຂູ່ ຫຼື ໃຊ້ກຳລັງ, ໂດຍສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນທີ່ເປັນທີ່ຮັບຮູ້ທົ່ວໂລກ, ລວມທັງສົນທິສັນຍາ ວ່າດ້ວຍກົດໝາຍທະເລ ຂອງອົງການສະຫະປະຊາຊາດ ປີ 1982.
- ພວກເຮົາ ໄດ້ຮັບຊາບຄວາມຄືບໜ້າທີ່ດີ ແລະ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງພວກເຮົາ ໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຢ່າງມີປະສິດທິພາບ ແລະ ໃຫ້ປະກົດຜົນເປັນຈິງ, ລວມທັງແຜນແມ່ບົດປະຊາຄົມອາຊຽນ 3 ສະບັບ, ແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ IV. ພວກເຮົາ ໄດ້ຮັບຊາບວ່າ ມາຮອດປັດຈຸບັນ 99% ຂອງບັນດາກິດຈະກໍາພາຍໃຕ້ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໄດ້ຮັບການຈັດຕັ້ງປະຕິບັດແລ້ວ, ພ້ອມດຽວກັນ 97% ຂອງໜ້າວຽກຍຸດທະສາດ ຂອງແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ແລະ 92% ຂອງກິດຈະກຳພາຍໃຕ້ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ໄດ້ສຳເລັດ ຫຼື ກຳລັງຈັດຕັ້ງປະຕິບັດ. ດັ່ງນັ້ນ, ພວກເຮົາ ຫວັງວ່າ ການທົບທວນ ແລະ ການປະເມີນຮອບດ້ານໄລຍະສຸດທ້າຍຂອງບັນດາແຜນແມ່ບົດປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ຈະມີຂຶ້ນໄວໆນີ້.
- ພວກເຮົາ ໄດ້ຊົມເຊີຍຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໃນການຮ່າງວິໄສທັດປະຊາຄົມອາຊຽນ 2045: ປະຊາຄົມອາຊຽນທີ່ ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ທີ່ມີປະຊາຊົນເປັນແກນກາງ, ຊຶ່ງຜູ້ນຳອາຊຽນ ໄດ້ຮັບຊາບໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43. ພວກເຮົາ ຫວັງວ່າ ຈະໄດ້ດໍາເນີນການຮ່າງແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ວິໄສທັດດັ່ງກ່າວ ພ້ອມດ້ວຍບັນດາແຜນຍຸດທະສາດ ຈະຖືກຮັບຮອງເອົາໃນປີ 2025.
- ພວກເຮົາ ໄດ້ເນັ້ນຄວາມສຳຄັນຂອງຂະບວນການຮ່າງບັນດາແຜນຍຸດທະສາດດັ່ງກ່າວ ໂດຍທຸກພາກສ່ວນມີສ່ວນຮ່ວມ ແລະ ຮອບດ້ານ, ແລະ ພ້ອມນີ້ຊຸກຍູ້ການປຶກສາຫາລືກັບພາກສ່ວນຕ່າງໆພາຍໃນ 3 ເສົາຄ້ຳປະຊາຄົມອາຊຽນ ກ່ຽວກັບ ບັນຫາທີ່ກວມລວມຫຼາຍເສົາຄ້ຳ.
- ພວກເຮົາ ສະໜັບສະໜູນບັນດາບູລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ 2 ອົງປະກອບຫຼັກ ຄື: “ເພີ່ມທະວີການເຊື່ອມຈອດ” ແລະ “ເພີ່ມທະວີຄວາມເຂັ້ມແຂງ”. ພາຍໃຕ້ອົງປະກອບການເພີ່ມທະວີການເຊື່ອມຈອດ ປະກອບມີ 4 ບູລິມະສິດ ຄື: (1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, (2) ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ, (3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ແລະ (4) ວັດທະນະທໍາ ແລະ ສິລະປະ: ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ. ພາຍໃຕ້ອົງປະກອບການເພີ່ມທະວີຄວາມເຂັ້ມແຂງ ປະກອບມີ 5 ບູລິມະສິດ ຄື: (1) ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, (2) ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ, (3) ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ, (4) ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ, ແລະ (5) ສາທາລະນະສຸກ: ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່. ພ້ອມນີ້, ພວກເຮົາ ໄດ້ຍິນດີຕໍ່ກັບບູລິມະສິດດ້ານເສດຖະກິດ ການເປັນປະທານອາຊຽນຂອງ ສປປ ລາວ, ລວມເຖິງຄວາມຄືບໜ້າໃນການສ້າງ ຕາຂ່າຍພະລັງງານອາຊຽນ.
- ພວກເຮົາ ມີຄວາມຍິນດີຕໍ່ຄວາມໝາຍໝັ້ນອັນຕໍ່ເນື່ອງ ຂອງ ຕີມໍແລັດສະເຕ ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານ ເພື່ອການເຂົ້າເປັນສະມາຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ ທີ່ ອາຊຽນ ໄດ້ຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42, ລວມທັງການເຂົ້າຮ່ວມບັນດາກອງປະຊຸມ ແລະ ກິດຈະກໍາຕ່າງໆໃນທຸກລະດັບ. ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການສ້າງຂີດຄວາມສາມາດ ແກ່ ຕີມໍແລັດສະເຕ ກໍຄື ຊຸກຍູ້ບັນດາຄູ່ຮ່ວມເຈລະຈາຂອງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອສະໜັບສະໜູນ ຕີມໍແລັດສະເຕ.
- ພວກເຮົາ ໄດ້ຍິນດີຕໍ່ການຈັດເວທີການປຶກສາຫາລືສິດທິມະນຸດອາຊຽນ ຄັ້ງທີ 5 ທີ່ ຈາກາກຕາ, ໃນວັນທີີ 6 ພະຈິກ 2023 ແລະ ຫວັງວ່າເວທີດັ່ງກ່າວຈະໄດ້ຮັບການຈັດຂຶ້ນຢ່າງເປັນປົກກະຕິ, ດັ່ງທີ່ ຜູ້ນໍາອາຊຽນ ໄດ້ຕົກລົງເຫັນດີ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ລວມທັງການຈັດເວທີການປຶກສາຫາລືສິດທິມະນຸດອາຊຽນ ຄັ້ງທີ 6 ໃນປີ 2024.
- ພວກເຮົາ ໄດ້ມີຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດ ຂອບວຽກເສດຖະກິດສີຟ້າອາຊຽນ ໂດຍຜ່ານການສ້າງຕັ້ງ ຄະນະສະເພາະກິດປະສານງານອາຊຽນ ກ່ຽວກັບ ເສດຖະກິດສີຟ້າ ການຈັດກອງປະຊຸມຄັ້ງທຳອິດຂອງຄະນະສະເພາະກິດດັ່ງກ່າວ ແລະ ການຈັດເວທີເສດຖະກິດສີຟ້າອາຊຽນ ຄັ້ງທີ 2 ກໍຄືການຈັດເວທີທະເລອາຊຽນ ຄັ້ງທີ 14 ແລະ ເວທີທະເລອາຊຽນເປີດກວ້າງ ຄັ້ງທີ 12 ໃນປີນີ້.
- ພວກເຮົາ ໄດ້ເນັ້ນຄວາມສຳຄັນຂອງການຮັດແໜ້ນປະຊາຄົມອາຊຽນ, ລວມທັງ ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບຄູ່ຄວາມຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ມີອາຊຽນເປັນຜູ້ນໍາພາ ເຊັ່ນ: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມເວທີພາກພື້ນອາຊຽນ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ, ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ກໍຄືການເສີມສ້າງໂຄງສ້າງການຮ່ວມມືພາກພື້ນ ທີ່ເປີດກວ້າງ, ໂປ່ງໃສ, ເຂັ້ມແຂງ, ທົ່ວເຖິງ ແລະ ອີງໃສ່ລະບຽບຫຼັກການ ທີ່ຍຶດຖືກົດໝາຍສາກົນ ໂດຍມີອາຊຽນເປັນແກນກາງ.
- ພວກເຮົາ ໄດ້ຊົມເຊີຍຜົນສຳເລັດຂອງການຈັດກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີ່ ໂຕກຽວ, ຍີ່ປຸ່ນ ໃນວັນທີ 17 ທັນວາ 2023 ແລະ ກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ ທີ່ ຣີຢາດ, ອາຣັບບີ ຊາອູດິດ ໃນວັນທີ 20 ຕຸລາ 2023. ພວກເຮົາ ຫວັງວ່າຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ ເມວເບິນ, ອົດສະຕຣາລີ ໃນວັນທີ 4-6 ມີນາ 2024 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງທີ 24 ທີ່ ບຣຸກແຊນ, ແບນຊິກ ໃນວັນທີ 2 ກຸມພາ 2024. ພວກເຮົາ ຍິນດີຕໍ່ການສະເໜີຂອງ ສາທາລະນະລັດ ເກົາຫຼີ ໃນການສ້າງຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ເກົາຫຼີ ໃນປີ 2024 ຄຽງຄູ່ກັບ ຄົບຮອບ 35 ປີແຫ່ງການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ. ພ້ອມນີ້, ພວກເຮົາຍິນດີຕໍ່ການກໍານົດເອົາປີ 2024 ເປັນປີແຫ່ງການແລກປ່ຽນການໄປມາຫາສູ່ ລະຫວ່າງປະຊາຊົນອາຊຽນ-ຈີນ. ພວກເຮົາ ຫວັງວ່າຈະໄດ້ຈັດພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງປະຊາຊົນອາຊຽນ-ຈີນ ທີ່ ເມືອງຟູໂຈ, ແຂວງຟູຈ້ຽນ, ສປ ຈີນ ໃນວັນທີ 1-2 ກຸມພາ 2024.
- ພວກເຮົາ ໄດ້ເຫັນດີສືບຕໍ່ສົ່ງເສີມການຮ່ວມມືອາຊຽນບວກສາມ ໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນອາຊີຕາເວັນອອກ ໂດຍ ອາຊຽນ ເປັນກຳລັງຂັບເຄື່ອນ, ລວມທັງ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ 2023-2027 ພ້ອມທັງສືບຕໍ່ເສີມຂະຫຍາຍການຮ່ວມມືໃນຂອບກອງປະຊຸມສຸດຍອດອາຊີຕາເວັນອອກ, ຮັກສາຄວາມສໍາຄັນ ແລະ ຄຸນຄ່າທາງດ້ານຍຸດທະສາດ, ກໍຄືການຮັບມືກັບການພັດທະນາຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ສໍາລັບປີ 2024-2028 ແລະ ອື່ນໆ.
- ພວກເຮົາ ໄດ້ຮັບຊາບຕໍ່ການສ້າງຕັ້ງ ກຸ່ມທູດກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ ຈາກາກຕາ ແລະ ເຫັນດີຕໍ່ເອກະສານພາລະບົດບາດຂອງກຸ່ມທູດດັ່ງກ່າວ ເປັນເອກະສານອ້າງອີງ ໃນການຄຸ້ມຄອງ ແລະ ເຄື່ອນໄຫວວຽກຂອງໜ່ວຍງານດັ່ງກ່າວ.
- ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນຂອງການດຳເນີນ ນະໂຍບາຍທີ່ເບິ່ງໄປຂ້າງໜ້າ ແລະ ໄດ້ເຫັນດີຕໍ່ຄວາມຈໍາເປັນໃນການເປີດກວ້າງການຮ່ວມມືກັບຄູ່ຮ່ວມມືທີ່ມີທ່າແຮງ ບົນພື້ນຖານທີ່ມີຄວາມສົນໃຈຮ່ວມກັນ, ການພົວພັນແບບສ້າງສັນ, ຄວາມເຄົາລົບເຊິ່ງກັນແລະກັນ ແລະ ມີຜົນປະໂຫຍດຮ່ວມກັນ, ຊຶ່ງສາມາດປະກອບສ່ວນເຂົ້າໃນຄວາມພະຍາຍາມ ໃນການສ້າງປະຊາຄົມອາຊຽນ, ການເຊື່ອມໂຍງພາກພື້ນ, ແລະ ການຮ່ວມມືພັດທະນາ.
- ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຖືເອົາແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ເພື່ອເປັນແນວທາງສໍາລັບການພົວພັນຂອງອາຊຽນ ໃນພາກພື້ນອາຊີ-ປາຊິຟິກ ແລະ ມະຫາສະໝຸດອິນເດຍ. ພວກເຮົາ ໄດ້ຍິນດີ ຕໍ່ ການສະໜັບສະໜູນຂອງທຸກປະເທດຄູ່ຮ່ວມມືຂອງອາຊຽນ ຕໍ່ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ໂດຍຜ່ານການອອກຖະແຫຼງການຮ່ວມ ແລະ ການຮ່ວມມື ແລະ ການສະໜັບສະໜູນ ໃນຮູບແບບອື່ນໆ. ພວກເຮົາ ມີຄວາມໝາຍໝັ້ນ ເພື່ອສົ່ງເສີມ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ໃນການພົວພັນກັບຄູ່ຮ່ວມມືພາຍນອກ ເພື່ອເຊື່ອມສານ ແລະ ສົ່ງເສີມ ການຈັດຕັ້ງປະຕິບັດ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ໂດຍຜ່ານໂຄງການ ແລະ ກິດຈະກຳທີ່ເປັນຮູບປະທຳ ເພື່ອສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ຜົນປະໂຫຍດເຊີ່ງກັນ ແລະ ກັນ ໂດຍຜ່ານ ກົນໄກທີ່ອາຊຽນນຳພາ. ພວກເຮົາ ໄດ້ສືບຕໍ່ຊຸກຍູ້ໃຫ້ບັນດຄູ່ຮ່ວມມື ສະໜັບສະໜູນ ແລະ ຈັດຕັ້ງຜັນຂະຫຍາຍການຮ່ວມມືກັບອາຊຽນ ທີ່ມີເນື້ອໃນ, ເປັນຮູບປະທໍາ ແລະ ນໍາໄປສູ່ຜົນປະໂຫຍດແທ້ຈິງ ໂດຍສອດຄ່ອງກັບບົນດາເປົ້າ ໝາຍ ແລະ ຫຼັກການ ທີ່ໄດ້ກໍານົດໄວ້ໃນແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ໂດຍສຸມໃສ່ 4 ຂົງເຂດການຮ່ວມມືຫຼັກ ຄື: ການຮ່ວມມືທາງທະເລ, ການເຊື່ອມຈອດ, ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ 2030, ເສດຖະກິດ ແລະ ຂົງເຂດການຮ່ວມມືອື່ນໆທີ່ເປັນໄປໄດ້. ພ້ອມນີ້, ພວກເຮົາ ໄດ້ຍິນດີຕໍ່ການຮັບຮອງເອົາເອກະສານແນວຄວາມຄິດ ກ່ຽວກັບ ການຈັດຕັ້ງປະຕິບັດ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ຕາມທັດສະນະຂອງຝ່າຍປ້ອງກັນຊາດ ໂດຍກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 17.
- ພວກເຮົາ ໄດ້ເນັ້ນຢໍ້າຄວາມມຸ່ງໝັ້ນຂອງອາຊຽນ ເພື່ອສືບຕໍ່ນຳພາໃນການສ້າງໂຄງສ້າງເສດຖະກິດ ແລະ ຄວາມໝັ້ນຄົງໃນພາກພື້ນ ໂດຍຜ່ານ ກົນໄກທີ່ອາຊຽນນຳພາ ທີ່ລະບຸໃນ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊິຟິກ ແລະ ເພື່ອຮັບປະກັນວ່າທ່າແຮງ ໃນຂົງເຂດ ອາຊີ-ປາຊີຟິກ ແລະ ມະຫາສະໝຸດອິນເດຍ ຫຼື ອິນໂດ-ປາຊີຟິກ ສາມາດປະກອບສ່ວນທາງບວກໃຫ້ແກ່ ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ແລະ ຄວາມສົມບູນພູນສຸກໃນບັນດາພາກພື້ນ.
- ພວກເຮົາ ໄດ້ສະໜັບສະໜູນຄວາມພະຍາຍາມໃນການປັບປຸງ ກອງປະຊຸມເວທີພາກພື້ນອາຊຽນ ເພື່ອໃຫ້ເວທີພາກພື້ນອາຊຽນເປັນເວທີຄວາມໝັ້ນຄົງພາກພື້ນທີ່ນຳໜ້າ ໃນຂົງເຂດອາຊີ-ປາຊີຟິກ ແລະ ສືບຕໍ່ສົ່ງເສີມການຮ່ວມມືທີ່ເປັນຮູບປະທໍາ ແລະ ການປຶກສາຫາລື ເພື່ອຮັບມືບັນຫາການເມືອງ ແລະ ຄວາມໝັ້ນຄົງ ທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ, ແນໃສ່ການສ້າງຄວາມອາດສາມາດ, ສ້າງຄວາມຊໍານານ ແລະ ເພີ່ມທະວີການປະສານງານໃນຂົງເຂດທີ່ສາມາດປະກອບສ່ວນເຂົ້າໃນ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
- ພວກເຮົາ ໄດ້ຢ້ຳຄືນຄວາມສຳຄັນ ຂອງ TAC ທີ່ຖືເປັນກົດແຫ່ງການປະພຶດ ສໍາລັບການພົວພັນລະຫວ່າງລັດ ໃນພາກພື້ນ ແລະ ເປັນພື້ນຖານສຳລັບການຮັກສາ ສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ. ພວກເຮົາ ຍຶດໝັ້ນ ໃນການສືບຕໍ່ສົ່ງເສີມບັນດາຫຼັກການທີ່ກຳນົດໃນ TAC ແລະ ເນັ້ນຢໍ້າຄວາມສໍາຄັນໃຫ້ ບັນດາພາຄີ ປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍານີ້. ພວກເຮົາ ຫວັງວ່າ ກອງປະຊຸມເວທີຂອງບັນດາພາຄີ TAC ໃນປີນີ້ ຈະຢໍ້າຄືນຈຸດປະສົງ ແລະ ຄໍາໝາຍໝັ້ນ ຕໍ່ TAC, ແລະ ສະເຫຼີມສະຫຼອງ TAC ຄົບຮອບ 50 ປີ ໃນປີ 2026.
- ພວກເຮົາ ໄດ້ແລກປ່ຽນຄຳຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ລວມທັງສິ່ງທ້າທາຍດ້ານຄວາມໝັ້ນຄົງແບບເກົ່າ ແລະ ແບບໃຫມ່ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງດ້ວຍກໍາລັງອາວຸດ, ຄວາມໝັ້ນຄົງທາງໄຊເບີ, ໄພພິບັດທໍາມະຊາດ, ການປ່ຽນແປງທາງດິນຟ້າອາກາດ, ຄວາມໝັ້ນຄົງ ແລະ ການຮ່ວມມືທາງທະເລ ແລະ ສະພາບການໃນພາກພື້ນຕ່າງໆ, ລວມທັງສະພາບການໃນ ມຽນມາ, ແຫຼມເກົາຫຼີ, ທະເລຈີນໃຕ້, ອູແກຣນ, ຕາເວັນອອກກາງ ແລະ ອື່ນໆ.
- ພວກເຮົາ ໄດ້ປຶກສາຫາລືກ່ຽວກັບສະພາບການໃນ ມຽນມາ ແລະ ຢໍ້າຄືນຈຸດຢືນຮ່ວມກັນຂອງອາຊຽນ ວ່າ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ເປັນເອກະສານອ້າງອີງທີ່ສຳຄັນຂອງອາຊຽນ ເພື່ອແກ້ໄຂວິກິດການການເມືອງໃນມຽນມາ ໂດຍມີເປົ້າໝາຍເພື່ອຟື້ນຟູສັັນຕິພາບ, ສະຖຽນລະພາບ ແລະ ວິທີການແກ້ໄຂບັນຫາການເມືອງທີ່ຮອບດ້ານ ໂດຍ ມຽນມາເປັນເຈົ້າການ ແລະ ເປັນຜູ້ນຳພາ. ພວກເຮົາ ໄດ້ສະແດງຄວາມຍິນດີຕໍ່ ການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຜູ້ນໍາອາຊຽນ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ໃນປີ 2022, ແລະ ການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ໃນປີ 2023. ພວກເຮົາ ຢືນຢັນຄືນຄໍາໝາຍໝັ້ນຂອງອາຊຽນທີ່ຈະຊ່ວຍເຫຼືອມຽນມາ ເພື່ອຊອກຫາວິທີທາງແກ້ໄຂໂດຍສັນຕິວິທີ, ຮອບດ້ານ ແລະ ຍືນຍົງ ຕໍ່ວິກິດການໃນປັດຈຸບັນ, ເນື່ອງຈາກວ່າ ມຽນມາ ຍັງເປັນສ່ວນໜຶ່ງທີ່ສຳຄັນຂອງອາຊຽນ. ພວກເຮົາ ໄດ້ຢໍ້າຄືນຄວາມເປັນເອກະພາບຂອງອາຊຽນ ແລະ ເນັ້ນຢ້ຳວ່າ ທຸກໆຄວາມພະຍາຍາມຕ້ອງສະໜັບສະໜູນຄວາມພະຍາຍາມ ແລະ ປະສານງານກັບປະທານອາຊຽນ ອີງຕາມ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ.
- ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມຍິນດີຕໍ່ການແຕ່ງຕັ້ງ ທ່ານ ອາລຸນແກ້ວ ກິດຕິຄຸນ, ອະດີດ ລັດຖະມົນຕີ ປະຈໍາ ສໍານັກງານນາຍົກລັດຖະມົນຕີ ຂອງ ສປປ ລາວ ເປັນຜູ້ຕາງໜ້າພິເສດຂອງປະທານອາຊຽນ ກ່ຽວກັບມຽນມາ ສໍາລັບປີ 2024 ໃນຂະນະທີ່ອາຊຽນພວມສືບຕໍ່ຄວາມພະຍາຍາມ ໃນການສົ່ງເສີມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ຢ່າງເຕັມສ່ວນ. ພວກເຮົາ ໄດ້ສະແດງຄວາມຍິນດີ ຕໍ່ຄວາມພະຍາຍາມຂອງຜູ້ຕາງໜ້າພິເສດ ຊຶ່ງມາຮອດປັດຈຸບັນສາມາດພົບປະກັບບັນດາຝ່າຍກ່ຽວຂ້ອງ ແລະ ພວກເຮົາເຊື່ອໝັ້ນວ່າ ດ້ວຍຄວາມມຸ່ງໝັ້ນຂອງຜູ້ຕາງໜ້າພິເສດຈະຊ່ວຍປະຊາຊົນມຽນມາໃນການຊອກຫາວິທີການແກ້ໄຂ ຕາມຫຼັກການ ມຽນມາເປັນເຈົ້າການ ແລະ ເປັນຜູ້ນຳພາ ເພື່ອໃຫ້ມຽນມາ ມີສັນຕິພາບ, ສະຖຽນລະພາບ, ແລະ ຄວາມປອງດອງ ອັນປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມສົມບູນພູນສຸກຂອງ ພາກພື້ນ.
- ພວກເຮົາ ໄດ້ມີຄວາມຍິນດີຕໍ່ຄວາມຄືບໜ້າໃນໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ໄລຍະທີ 2 ໂດຍສູນປະສານງານອາຊຽນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳ ໂດຍສະເພາະການແຈກຢາຍເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ໃນເດືອນ ມັງກອນ 2024 ໃຫ້ແກ່ຄົນພັດຖິ່ນຖານ ແລະ ຜູ້ທີ່ມີຄວາມສ່ຽງ ຢູ່ເມືອງ Nyaung Shwe ແລະ Hsihseng ພາກໃຕ້ຂອງລັດສານ (Shan). ພວກເຮົາ ໄດ້ຊົມເຊີຍຕໍ່ການປະກອບສ່ວນດ້ານຕ່າງໆ ໂດຍບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກ ແລະ ພາກເອກະຊົນ, ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ສະໜັບສະໜູນ ການຈັດຕັ້ງປະຕິບັດການຊ່ວຍເຫຼືອ ໄລຍະທີ 2. ພວກເຮົາ ໄດ້ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງໂດຍໄວໂດຍທຸກຝ່າຍໃນມຽນມາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຂົນສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ຢ່າງທັນການ, ບໍ່ມີສິ່ງກີດຂວາງ ແລະ ປອດໄພ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຕ້ອງການ ໂດຍບໍ່ມີການຈຳແນກ. ພວກເຮົາຮຽກຮ້ອງໃຫ້ ທຸກຝ່າຍ ເອົາຄວາມອົດກັ້ນ, ຍຶດຖືກົດໝາຍມະນຸດສະທຳສາກົນ ແລະ ປະຕິບັດທຸກໆມາດຕະການທີ່ຈຳເປັນ ເພື່ອຮັບປະກັນການປົກປ້ອງ ແລະ ຄວາມປອດໄພຂອງພົນລະເຮືອນທຸກຄົນ.
- ພວກເຮົາ ໄດ້ຍິນດີຕໍ່ ຂໍ້ລິເລີ່ມລະຫວ່າງ ໄທ ແລະ ມຽນມາ ເພື່ອເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທໍາ ທີ່ຢູ່ຕາມຊາຍແດນ ໂດຍຜ່ານອົງການກາແດງຂອງສອງປະເທດ ເພື່ອສະໜອງສິ່ງຈໍາເປັນພື້ນຖານໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການ ໄດ້ຢ່າງມີປະສິດທິພາບ, ເຊື່ອຖືໄດ້ ແລະ ມີຄວາມໂປ່ງໃສ ໂດຍບໍ່ມີການຈຳແນກ. ພວກເຮົາ ຈະຮ່ວມມືກັບສູນປະສານງານຊ່ວຍເຫຼືອດ້ານມະນຸດສະທໍາອາຊຽນ ເພື່ອຮ່ວມກັນຕິດຕາມ ການແຈກຢາຍເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ, ຊຶ່ງຂໍ້ລິເລີ່ມນີ້ ຈະສາມາດປະກອບສ່ວນຕໍ່ຄວາມພະຍາຍາມລວມຂອງອາຊຽນ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ.
- ໂດຍອ້າງເຖິງ ບັນດາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການຍິງລູກສອນໄຟ ຢູ່ ແຫຼມເກົາຫຼີ ອອກໃນວັນທີ 13 ກໍລະກົດ 2023 ແລະ ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການເພີ່ມຂຶ້ນຂອງການທົດລອງລູກສອນໄຟ ຢູ່ ແຫຼມເກົາຫຼີ ອອກໃນວັນທີ 10 ມິຖຸນາ 2022, ພວກເຮົາ ໄດ້ເນັ້ນຢໍ້າຄວາມສຳຄັນຂອງການສືບຕໍ່ການເຈລະຈາ ໂດຍສັນຕິວິທີ ລະຫວ່າງທຸກຝ່າຍທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດບັນລຸສັນຕິພາບ ແລະ ສະຖຽນລະພາບ ທີ່ຖາວອນ ຢູ່ ແຫຼມເກົາຫຼີ ທີ່ປອດອາວຸດນິວເຄລຍ. ພວກເຮົາ ໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ການເພີ່ມຂຶ້ນຂອງການທົດລອງລູກສອນໄຟຂ້າມທະວີບ ແລະ ການຍິງລູກສອນໄຟ ໂດຍ ສປປ ເກົາຫຼີ ແລະ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ຢູ່ ແຫຼມເກົາຫຼີ, ຊຶ່ງເປັນສະພາບການທີ່ໜ້າເປັນຫ່ວງ ອັນເປັນໄພຂົ່ມຂູ່ ຕໍ່ ສັນຕິພາບ ແລະ ສະຖຽນລະພາບຢູ່ໃນພາກພື້ນ. ພວກເຮົາ ໄດ້ຮຽກຮ້ອງໃຫ້ ສປປ ເກົາຫຼີ ພະຍາຍາມ ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຮຽກຮ້ອງທຸກຝ່າຍກ່ຽວຂ້ອງ ສືບຕໍ່ການເຈລະຈາແບບສັນຕິ, ລວມທັງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງສັນຕິພາບ ແລະ ສະຖຽນລະພາບ ທີ່ຖາວອນ ຢູ່ ແຫຼມເກົາຫຼີ ທີ່ປອດອາວຸດນິວເຄລຍ. ພວກເຮົາ ໄດ້ເນັ້ນໜັກຄືນຄວາມສໍາຄັນຂອງການປະຕິບັດຕາມທຸກຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງ ສປຊ ແລະ ປະຕິບັດຕາມກົດໝາຍສາກົນ.
- ດັ່ງທີ່ລະບຸໄວ້ໃນຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ວ່າດ້ວຍການຮັກສາ ແລະ ສົ່ງເສີມສະຖຽນລະພາບໃນຂົງເຂດທະເລ ຢູ່ອາຊີຕາເວັນອອກ ວັນທີ 30 ທັນວາ 2023, ພວກເຮົາ ໄດ້ຢໍ້າຄືນຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ຄວາມໝາຍໝັ້ນຮ່ວມ ໃນການຮັກສາ ແລະ ສືບຕໍ່ເພີ່ມທະວີສະຖຽນລະພາບໃນຂົງເຂດທະເລໃນພາກພື້ນຂອງພວກເຮົາ ເພື່ອນຳເອົາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກມາສູ່ພາກພື້ນ.
- ພວກເຮົາ ໄດ້ປຶກສາຫາລື ກ່ຽວກັບສະພາບການ ຢູ່ ທະເລຈີນໃຕ້, ຊຶ່ງບາງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງ ຕໍ່ ການຂະຫຍາຍເນື້ອທີ່ດິນ ແລະ ບັນດາກິດຈະກໍາ ທີ່ທຳລາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຄັ່ງຕຶງ ແລະ ອາດສົ່ງຜົນກະທົບດ້ານລົບ ຕໍ່ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ໃນພາກພື້ນ. ພວກເຮົາ ໄດ້ຢໍ້າຄືນຄວາມຈໍາເປັນໃນການຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ, ເອົາຄວາມອົດກັ້ນໃນການດໍາເນີນກິດຈະກໍາ ທີ່ອາດຈະສ້າງຄວາມສັບສົນ ຫຼື ເພີ່ມທະວີຄວາມຂັດແຍ່ງ ແລະ ສົ່ງຜົນກະທົບ ຕໍ່ ສັນຕິພາບ ແລະ ສະຖຽນລະພາບ, ແລະ ຫຼີກລ່ຽງການກະທໍາ ທີ່ອາດເຮັດໃຫ້ສະຖານະການມີຄວາມສັບສົນຍິ່ງຂຶ້ນ. ພວກເຮົາ ໄດ້ຢືນຢັນຄືນ ກ່ຽວກັບຄວາມຈໍາເປັນໃນການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນທີ່ເປັນທີ່ຮັບຮູ້ທົ່ວໂລກ, ລວມທັງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982. ພວກເຮົາ ເນັ້ນຄວາມສໍາຄັນຂອງການເອົາຄວາມອົດກັ້ນໃນການດໍາເນີນກິດຈະກໍາຕ່າງໆ ໂດຍປະເທດອ້າງກໍາມະສິດ ແລະ ປະເທດອື່ນໆ, ລວມທັງປະເທດທີ່ລະບຸໃນຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ໃນທະເລຈີນໃຕ້ ປີ 2002 ທີ່ຈະເຮັດໃຫ້ສະຖານະການມີຄວາມສັບສົນ ແລະ ເຄັ່ງຕຶງຍຶ່ງຂຶ້ນ ໃນທະເລຈີໃຕ້.
- ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນຂອງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ແລະ ເສລີພາບໃນການເດີນເຮືອ ແລະ ການບິນຜ່ານໃນຂົງເຂດທະເລຈີນໃຕ້ ແລະ ຮັບຮູ້ເຖິງຜົນປະໂຫຍດຂອງການຮັກສາໃຫ້ທະເລຈີນໃຕ້ ເປັນທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ. ພວກເຮົາ ໄດ້ຢໍ້າຄວາມສຳຄັນຂອງການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ໃນທະເລຈີນໃຕ້ ຫຼື ດີໂອຊີ ຢ່າງມີປະສິດທິພາບ ແລະ ເຕັມສ່ວນ. ພວກເຮົາ ຍິນດີຕໍ່ກັບຄວາມຄືບໜ້າຂອງການເຈລະຈາຮ່າງກົດແຫ່ງການປະພຶດຢູ່ທະເລຈີນໃຕ້ ຫຼື ຊີໂອຊີ, ລວມທັງການປະກາດການເຈລະຈາກົດແຫ່ງການປະພຶດ ຫຼື ຊີໂອຊີ ຮອບທີ 3 ຢ່າງເປັນທາງການ ໃນໂອກາດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ໃນທະເລຈີນໃຕ້ ຄັ້ງທີ 21 ໃນວັນທີ 26 ຕຸລາ 2023 ທີ່ ປັກກິ່ງ, ສປ ຈີນ. ພວກເຮົາ ມີຄວາມມຸ່ງຫວັງໃນການສໍາເລັດການເຈລະຈາກົດແຫ່ງການປະພຶດຢູ່ທະເລຈີນໃຕ້ ທີ່ມີປະສິດທິພາບ ແລະ ມີເນື້ອໃນ ໂດຍໄວ ໂດຍສອດຄ່ອງກັບກົດໝາຍສາກົນ, ລວມທັງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍທາງທະເລ ປີ 1982. ພວກເຮົາເນັ້ນຢໍ້າຄວາມຈຳເປັນ ໃນການປົກປັກຮັກສາ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຈີນໃຕ້ ແລະ ຍິນດີຕໍ່ບັນດາມາດຕະການ ແລະ ຂໍ້ລິເລີມການຮ່ວມມື ທີ່ເປັນຮູບປະທໍາ ທີ່ເປັນສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຄວາມສ່ຽງໃນການເກີດອຸປະຕິເຫດ ແລະ ຫຼີກລ່ຽງການເຂົ້າໃຈຜິດ ແລະ ການປະເມີນສະຖານະການທີ່ຜິດພາດ. ພວກເຮົາຢໍ້າຄືນຄວາມສໍາຄັນ ຂອງການດໍາເນີນມາດຕະການສ້າງຄວາມເຊື່ອໝັ້ນ ແລະ ປ້ອງກັນເຫດ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນລະຫວ່າງບັນດາຝ່າຍ ແລະ ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນໃນການຍຶດຖື ກົດໝາຍສາກົນ, ລວມທັງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982.
- ເພື່ອສືບຕໍ່ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນອາຊີຕາເວັນອອກ, ພວກເຮົາ ໄດ້ຍິນດີ ຕໍ່ການສືບຕໍ່ຄວາມພະຍາຍາມ ໃນປັບປຸງກົນໄກສາມຝ່າຍ ຂອງ ຍີ່ປຸ່ນ,ຈີນ ແລະ ສ. ເກົາຫຼີ ລວມທັງຜ່ານການຈັດກອງປະຊຸມລັດຖະມົນຕີຕ່າງປະເທດສາມຝ່າຍ ຄັ້ງທີ 10 ໃນວັນທີ 26 ພະຈິກ 2023 ແລະ ຫວັງວ່າກອງປະຊຸມສາມຝ່າຍທີ່ມີໃນແຜນ ຈະຈັດຂຶ້ນພາຍໃນປີນີ້. ອາຊຽນ ພ້ອມທີ່ຈະມີບົດບາດທີ່ສ້າງສັນ ເພື່ອຊຸກຍູ້ໃຫ້ມີການພົບປະສາມໝາຍ ໃນໂອກາດກອງປະຊຸມອາຊຽນ ທີ່ທັງສາມຝ່າຍມີສ່ວນຮ່ວມ.
- ສຳລັບ ອູແກຣນ ກໍຄືທຸກໆປະເທດ, ພວກເຮົາ ໄດ້ສືບຕໍ່ຢໍ້າຄືນການເຄົາລົບອະທິປະໄຕ, ເອກະລາດທາງການເມືອງ ແລະ ຜືນແຜ່ນດິນອັນຄົບຖ້ວນ. ພວກເຮົາ ໄດ້ຢໍ້າຄືນການຮຽກຮ້ອງໃຫ້ປະຕິບັດຕາມ ກົດບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ. ພວກເຮົາ ໄດ້ຢໍ້າຄວາມສຳຄັນຂອງການຢຸດຕິຂອງການເປັນປໍລະປັກ ໂດຍທັນທີ ແລະ ການເຂົ້າຮ່ວມໃນການເຈລະຈາຢ່າງຈິງຈັງ ເພື່ອແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ. ພວກເຮົາ ສະໜັບສະໜູນຄວາມພະຍາຍາມຂອງເລຂາທິການໃຫຍ່ ສປຊ ໃນການຊອກຫາຊ່ອງທາງແກ້ໄຂບັນຫາໂດຍສັນຕິວິທີ. ພວກເຮົາ ໄດ້ຮຽກຮ້ອງໃຫ້ມີການອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງການຊ່ວຍເຫຼືອດ້ານມະນຸດສະທຳ ຢ່າງວ່ອງໄວ, ປອດໄພ ແລະ ບໍ່ມີອຸປະສັກກິດຂວາງ ຂອງຜູ້ທີ່ມີຄວາມຕ້ອງການຢູ່ໃນ ອູແກຣນ, ແລະ ເພື່ອປົກປ້ອງພົນລະເຮືອນ, ເຈົ້າໜ້າທີ່ເຮັດວຽກດ້ານມະນຸດສະທຳ ແລະ ຜູ້ທີ່ຢູ່ໃນສະພາບການທີ່ມີຄວາມສ່ຽງ.
- ພວກເຮົາ ໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ ຄວາມຮຸນແຮງ ແລະ ການປະກັນດ້ວຍກໍາລັງທີ່ເພີ່ມທະວີຢ່າງຕໍ່ເນື້ອງໃນຕາເວັນກາງ. ພວກເຮົາ ໄດ້ຮຽກຮ້ອງໃຫ້ມີການຢຸດຍິງຢ່າງຮີບດ່ວນເພື່ອມະນຸດສະທໍາ ແລະ ຮຽກຮ້ອງ ໃຫ້ມີການປ່ອຍຕົວປະກັນ ແລະ ຜູ້ທີ່ຖືກກັກຂັງທີ່ເປັນພົນລະເຮືອນຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ ໂດຍສະເພາະແມ່ຍິງ, ເດັກນ້ອຍ, ຄົນເຈັບ ແລະ ຜູ້ສູງອາຍຸ. ພວກເຮົາ ໄດ້ປະນາມຢ່າງຮຸນແຮງ ຕໍ່ການກະທຳຄວາມຮຸນແຮງ ທີ່ເຮັດໃຫ້ພົນລະເຮືອນ ລວມທັງພົນລະເມືອງອາຊຽນ ເສຍຊີວິດ ແລະ ໄດ້ຮັບບາດເຈັບ. ພວກເຮົາ ໄດ້ຢືນຢັນຄືນການສະໜັບສະໜູນ ສິດທິອັນຊອບທໍາຂອງປາຊາຊົນປາແລັດສະຕິນ ເພື່ອກ້າວໄປສູ່ການສ້າງລັດເອກະລາດຂອງລັດປາແລັດສະຕິນ ບົນພື້ນຖານຂໍ້ຕົກລົງການສ້າງຕັ້ງ 2 ລັດເອກະລາດ ເພື່ອເຮັດໃຫ້ ອິດສະຣາແອນ ແລະ ປາແລັດສະຕິນ ຢູ່ຮ່ວມກັນ ຢ່າງສັນຕິ ແລະ ໝັ້ນຄົງ ອີງຕາມຊາຍແດນ ກ່ອນປີ 1967, ອີງຕາມກົດໝາຍສາກົນ ແລະ ບັນດາຍັດຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ພວກເຮົາ ໄດ້ຮັບຊາບ ຄໍາສັ່ງກ່ຽວກັບມາດຕະການຊົ່ວຄາວ ອອກໂດຍສານຍຸຕິທໍາສາກົນ ໃນວັນທີ 26 ມັງກອນ 2024.